ພະແນກ​ວິທະຍາສາດ ແລະ ເຕັກໂນ​ໂລ​ຊີ ແຂວງ​ສະຫວັນ​ນະ​ເຂດ ພ້ອມ​ດ້ວຍ​ເຈົ້າ​ໜ້າທີ່​ກ່ຽວຂ້ອງຂອງ​ເມືອງ ແລະ ບໍລິສັດ ທິລ​ລິ​ກິແອນ​ກິບ​ບິນສ໌​ລາວ ຈຳກັດ ກວດພົບນ້ຳມັນເຄື່ອງ ແລະ ອາໄຫຼ່ຄູໂບຕ້າປອມແປງ

ວັນ​ທີ 31 ສິງຫາ 2016 ພະແນກ​ວິທະຍາສາດ ແລະ ເຕັກໂນ​ໂລ​ຊີ ແຂວງ​ສະຫວັນ​ນະ​ເຂດ ພ້ອມ​ດ້ວຍ​ເຈົ້າ​ໜ້າທີ່​ກ່ຽວຂ້ອງຂອງ​ເມືອງ ແລະ ບໍລິສັດ ທິລ​ລິ​ກິແອນ​ກິບ​ບິນສ໌​ລາວ ຈຳກັດ ເຊິ່ງເປັນ​ເຈົ້າ​ຂອງ​ລິ​ຂະ​ສິດ ​ໄດ້​ລົງ​ກວດກາ​ສິນຄ້າ​ປອມ​ແປງ​ເຄື່ອງໝາຍການ​ຄ້າ​ຄູ​ໂບ​ຕ້າ ທີ່​ຕະຫຼາດ​ເມືອງອຸທຸມພອນ ແຂວງ​ສະຫວັນ​ນະເຂດ ໃນ​ການ​ລົງ​ກວດກາ​ຄັ້ງ​ນີ້ ເຈົ້າ​ໜ້າທີ່​ໄດ້​ກວດ​ພົບ​ນ້ຳມັນເຄື່ອງ​ກາ​ຊ້າງ ແລະ ອາ​ໄຫຼ່​ຄູ​ໂບຕ້າ​ທີ່​ວາງ​ຂາຍ​ຢູ່​ຕາມ​ຫ້າງ​ຮ້ານ ທີ່​ຕະຫຼາດ​ເຊ​ໂນ​ມີ 8 ຮ້ານ ​ພົບນ້ຳມັນ​ເຄື່ອງ​ກາ​ຊ້າງ​ປອມ ຈຳນວນ 15 ກະຕຸກ ແລະ ອາ​ໄຫຼ່​ຄູໂບ​ຕ້າ​ປອມ ຈຳນວນ 1.910 ອັນ ສິນຄ້າ​ປອມ​ແປງ​ດັ່ງກ່າວ​ ໄດ້​ອາຍັດ​ໄວ້​ເປັນ​ຂອງ​ກາງ​ເພື່ອ​ທຳລາຍໃນ​ຂັ້ນ​ຕໍ່​ໄປ ລວມ​ມູນ​ຄ່າ​ສິນຄ້າປອມ​ທັງ​ໝົດ​ປະມານ 299 ລ້ານກີບ.
ບໍລິສັດ ສະຫຍາມ​ຄູ​ໂບ​ຕ້າ ໄດ້​ມີ​ວິທີ​ການ​ເຕືອນ​ລູກ​ຄ້າ​ໃຫ້ເລືອກ​ຊື້​ນ້ຳມັນ​ເຄື່ອງ ແລະ ອາໄຫຼ່​ຈາກ​ຕົວ​ແທນ​ຈຳໜ່າຍ ເພື່ອຫຼີກ​ລ່ຽງ​ສິນຄ້າ​ປອມ ເນື່ອງ​ຈາກນ້ຳມັນ​ເຄື່ອງ​ກາ​ຊ້າງ​ຂອງ​ແທ້ ​ຖືກພັດທະນາ ແລະ ຜະລິດ​ມາ​ເພື່ອໃຊ້​ກັບ​ເຄື່ອງ​ຈັກ​ກະສິກຳ​ຂອງ​ບໍ​ລິສັດ ສະຫຍາມ​ຄູ​ໂບ​ຕ້າ​ຄໍ​​ຣ​ປໍ​ເຣຊັນ ຈຳກັດ ຫຼື ຜະລິດ​ພາຍ​ໃຕ້ເຄື່ອງໝາຍ​ການ​ຄ້າ​ຄູ​ໂບ​ຕ້າ ໂດຍ​ສະເພາະ ນ້ຳມັນ​ເຄື່ອງ​ກາຊ້າງ​ທີ່​ມີ​ມາດຕະຖານ​ໃນ​ການຜະລິດ​ສູງ ຫາກ​ຜູ້​ຊົມໃຊ້​ເຄື່ອງຈັກ​ກະສິກຳ​ນ້ຳມັນ​ເຄື່ອງ​ກາ​ຊ້າງໄປ​ໃຊ້​ ຈະ​ມີ​ຂໍ້​ດີ​ຄື: ຊ່ວຍ​ໃຫ້ການເຮັດ​ວຽກ​ຂອງ​ເຄື່ອງ​ຈັກ​ໄດ້​ຢ່າງ​ມີປະ​ສິດທິ​ຜົນ​ຫຼາຍ​ຂຶ້ນ ຫຼຸດ​ການເຂົ້າ​ຂີ້ໝ້ຽງ​ຂອງ​ເຄື່ອງ​ຈັກ ແລະ ອາການ​ເຂົ້າ​ຂີ້ໝ້ຽງ​ຂອງ​ອາ​ໄຫຼ່ຕ່າງໆ ຊ່ວຍ​ໃຫ້​ອາຍຸ​ການ​ໃຊ້ງານ​ຂອງ​ເຄື່ອງ​ຈັກ​ຫຼາຍ​ຂຶ້ນ ແຕ່ຖ້າ​ຫາກ​ຜູ້​ຊົມໃຊ້​ເຄື່ອງ​ຈັກກະ​ສິກຳ​ນຳ​ເອົາ​ນ້ຳມັນ​ເຄື່ອງ​ກາ​ຊ້າງປອມ​ມາ​ຊົມໃຊ້ ​ຈະ​ເຮັດ​ໃຫ້​ອາຍຸການ​ນຳ​ໃຊ້​ຂອງ​ເຄື່ອງ​ຈັກ​ສັ້ນ​ລົງ ສົ່ງ​ຜົນ​ສະທ້ອນ​ໃຫ້​ປະ​ສິດທິ​ຜົນ​ໃນການ​ທຳ​ງານ​ຂອງ​ເຄື່ອງ​ຈັກ​ຫຼຸດລົງ ນອກ​ນີ້ຍັງ​ສົ່ງ​ຜົນ​ກະທົບ​ຕໍ່ຜະລິດ​ຕະ​ພັນ​ຂອງ​ຜູ້​ຊົມໃຊ້​ເຄື່ອງຈັກ​ກະສິກຳ ​ທີ່​ໃຊ້​ນ້ຳມັນ​ເຄື່ອງປອມ ແລະ ຈະ​ບໍ່​ໄດ້​ຮັບ​ສິດ​ໃນການ​ຮັບປະກັນ​ສິນຄ້າ​ຈາກ​ບໍ​ລິສັດ​ຕື່ມ​ອີກ.
ສະນັ້ນ ຈຶ່ງ​ຂໍ​ແນະນຳ​ໃຫ້​ຜູ້​ຊົມໃຊ້​ເຄື່ອງ​ຈັກ​ກະສິກຳ​ຂອງ​ບໍລິສັດ ສະຫຍາມ​ຄູ​ໂບ​ຕ້າຄໍຣ​ປໍ​ເຣ​ຊັນ ຈຳກັດ ເລືອກ​ຊື້​ນ້ຳມັນ​ເຄື່ອງ ແລະ ອາ​ໄຫຼ່​ຂອງ​ແທ້​ຈາກ​ຕົວແທນ​ຈຳໜ່າຍ​ຂອງ​ບໍລິສັດ​ເທົ່ານັ້ນ ເພື່ອ​ທີ່​ຈະ​ໄດ້​ຮັບ​ສິນຄ້າ​ທີ່​ມີປະສິດ​ທີ​ຜົນ​ຈາກ​ຜູ້​ຜະລິດ​ໂດຍ​ກົງ ເພື່ອ​ໃຫ້​ໝັ້ນ​ໃຈ​ວ່າ​ລູກ​ຄ້າ​ໄດ້​ຮັບນ້ຳມັນ​ເຄື່ອງ​ກາ​ຊ້າງ​ຂອງ​ແທ້ ແລະ ມີ​ຄຸນະພາບ​ຈາກ​ຜູ້​ຜະລິດໂດຍ​ກົງ ແລະ ສາມາດ​ເລືອກ​ຊື້ໄດ້​ທີ່​ຮ້ານ​ຕົວ​ແທນ​ຈຳໜ່າຍ​ຢ່າງເປັນ​ທາງ​ການ​ຈາກ​ບໍລິສັດ 28 ຮ້ານ​ຄ້າໃນ​ທົ່ວ​ປະເທດ ນອກ​ນີ້ ລູກ​ຄ້າ ຫຼື ຜູ້​ຊົມໃຊ້​ສາມາດ​ກວດສອບ​ລາຍ​ຊື່​ຕົວ​ແທນ​ຈຳໜ່າຍ ແລະ ຖ້າ​ທ່ານ​ພົບ​ແຫຼ່ງ​ທີ່​ມາ​ຂອງສິນຄ້າ​ປອມ​ ສາມາດ​ແຈ້ງ​ຂໍ້​ມູນໄດ້​ທີ່​ບໍລິສັດ Kubota Laos Sole Co., Ltd ຫຼື ໂທ: 021 454 944. ທີ່ມາ ວຽງຈັນໃຫມ່

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ