ນະຄອນຫຼວງວຽງຈັນ ອອກບັດອະນຸຍາດໃຫ້ແຮງງານຕ່າງປະເທດຫຼາຍກ່ວາ 3 ພັນບັດ

ນະຄອນຫຼວງ ອອກບັດອະນຸຍາດໃຫ້ແຮງງານຕ່າງປະເທດ 3 ພັນກວ່າບັດ 
ผลการค้นหารูปภาพสำหรับ ນະຄອນຫຼວງ ອອກບັດອະນຸຍາດໃຫ້ແຮງງານຕ່າງປະເທດ 3 ພັນກວ່າບັດ

ກອງປະຊຸມຖອດຖອນບົດຮຽນຈາກການຈັດຕັ້ງປະຕິບັດ ການຂຶ້ນທະບຽນ ແລະອອກບັດໃຫ້ຕ່າງປະເທດ ທີ່ມາເຄື່ອນໄຫວບໍ່ຖືກຕ້ອງ ໄດ້ຈັດຂຶ້ນໃນວັນທີ 14 ກັນຍາ 2016 ຜ່ານມາທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານນາງ ລຳພອຍ ສີອັກຄະຈັນ ຫົວໜ້າພະແນກແຮງງານ ແລະສະຫວັດດີການ-ສັງຄົມ ນະຄອນຫຼວງວຽງຈັນ ພ້ອມດ້ວຍເຈົ້າໜ້າທີ່ ປກສ ແລະເຈົ້າເມືອງຈາກ 9 ເມືອງ ເຂົ້າຮ່ວມ.

ຄວາມເອົາໃຈໃສ່ຈາກພາກສ່ວນທີ່ກ່ຽວຂ້ອງ ເຮັດໃຫ້ແຮງງານທີ່ເຂົ້າມາອາໄສບໍ່ຖືກຕ້ອງ ມີຄວາມເຂົ້າໃຈ ເພື່ອການຈັດສັນແຮງງານໃຫ້ເຂົ້າໃນລະບົບ ໂດຍສະເພາະແຮງງານຕ່າງປະເທດທີ່ມາ ເຄື່ອນໄຫວບໍ່ຖືກຕາມກົດໝາຍໃຫ້ເຂົ້າໃນລະບົບ ແລະສາມາດກວດສອບໄດ້ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ຕາມຕົວເລກເກັບກຳ ໂດຍລວມມີຈຳນວນແຮງງານມາຂຶ້ນທະບຽນ 6.283ຄົນ ແລະ ຈຳນວນອອກບັດ 3.106 ຄົນ ກໍລະນີສຳລະສະສາງ 2.844 ກໍລະນີ ແລະ ກໍລະນີປັບສະຖານະພາບ 262 ກໍລະນີ ໃນນີ້ ມີສັນຊາດຫວຽດນາມ 1.786 ປັບສະຖານະພາບ 180 ກໍລະນີ ສ່ວນທີ່ເຫຼືອມີ ຈີນ ກຳປູເຈຍ ແລະ ໄທ.

ເພື່ອສືບຕໍ່ການຂຶ້ນທະບຽນ ແລະອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວເປັນປະຈຳ ຈະໄດ້ພົວພັນຮ່ວມມືກັບຫຼາຍຂະແໜງການ ເຊັ່ນ: ຂະແໜງຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວ, ໂຍທາທິການ ແລະຂົນສົ່ງ, ອຸດສາຫະກຳ ແລະການຄ້າ, ພະລັງງານ ແລະບໍ່ແຮ່,ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ຊ່ວຍຊຸກຍູ້ຫົວໜ່ວຍທຸລະກິດທີ່ກ່ຽວຂ້ອງກັບຕົນເອງ ທີ່ນຳໃຊ້ແຮງງານຕ່າງປະເທດໃຫ້ມາຂຶ້ນທະບຽນຖືກຕ້ອງຕາມກົດໝາຍແຮງງານຂອງ ສປປ ລາວ ເພື່ອຄວາມເປັນລະບຽບຮຽບຮ້ອຍ ສະຫງົບສຸກ ແຮງງານທັງພາຍໃນ ແລະ ຕ່າງປະເທດເຂົ້າສູ່ລະບົບ.

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ