ຢ່າໃຊ້ຄຳວ່າ ສາທຸ ໃນເວລາຄົນຕາຍ ຫຼື ພຣະມໍຣະນະພາບ

Fb vererable Phonesavanh Csp ກ່່າວວ່າ ນມັສກາຣ/ຈະເຣິນພອນ ເຊີນທ່ານທັ້ງຫລາຍທັ້ງພຣະແລະຍາດໂຍມ ຄຳວ່າ #ຂໍນ້ອມອາໄລສົ່ງດວງວິນຍານຍ່າທ່ານສູ່ສະຫວັນຊັ້ນຟ້າຄາໄລ.ຄຳນີ້ກະບໍ່ຄວນໃຊ້,ມັນໃຊ້ກັບພຣະສົງຄ໌ບໍ່ໄດ້ ເພາະວ່າ ພຣະສົງຄ໌ທີ່ບວຊມາເພື່ອຢາກຈະພົ້ນໄປຈາກວັຕຕະສົງສານ ບໍ່ແມ່ນພຣະສິມາຍິນດີພໍໃຈໃນວັຕຕະສົງສານ,ສ່ວນເພີ່ນຈະໄປເກີດໃນພົບພູມໃດນັ້ນມັນກໍເປັນອີກເລື່ອງຫນຶ່ງ ບາງຄັ້ງເຮົາກະບໍ່ຮູ້ວ່າ ເພີ່ນເປັນພຣະປຸຖຸຊົນ ຫຼື ພຣະອະຣິຍະເຈົ້າ ທີ່ແນ່ໆເຮົາໃຊ້ຄຳເປັນກາງໆກໍຄື ຂໍໃຫ້ໄປສູ່ສຸຄະຕິ ແບບນີຖືກ, ຖ້າທ່ານອວຍພອນວ່າ ໃຫ້ໄປສູ່ສະຫວັນນີ້ ສະແດງວ່າ ຜິດແລ້ວ,ຜິດຄົນ ແລະຄົນທົ່ວໄປມັນກໍບໍ່ຄວນເອົນໄປໃຊ້ນຳແຫລະ ສູງສຸດຂອງກາຣບວຊຄືພຣະນິພພານ ບໍ່ແມ່ນສະຫວັນແບບວ່າ ທ່ານຕ້ອງວ່າ ຂໍໃຫ້ເພີ່ນໄປສູ່ສຸຄະຕິ ຄຳວ່າ ສຸຄະຕິ ແປລວ່າ ໄປດີ ສຸຄະຕິ ຈະມີ ສະຫວັນ,ພຣົມ ແລະມະນຸສຍ໌ ນີ້ໃຊ້ສຳຫຼັບປຸຖຸຊົນ #ຢ່າໃຊ້ຄຳວ່າ ສາທຸ ໃນເວລາຄົນຕາຍ ຫຼືພຣະມໍຣະນະພາບ ມັນບໍ່ຄວນໂດຍປະການທັ້ງສິ້ນ ເພາະວ່າ ສາທຸ ແປລວ່າ ດີແລ້ວ ຖືກຕ້ອງແລ້ວ ມັນຈະໃຊ້ໃນເວລາຕາຍບໍ່ໄດ້ ຈຳໄວ້ເດີຊາວພຸທ

ທີ່ມາເພສ ຫນ້າຂ່າວຊາວພຸດ

ແຈ້ງຂ່າວມໍລະນະພາບ
-------
ຍ່າທ່ານບົດ ໄຊຍະປັນຍາ ເຈົ້າອະທິການວັດສີສະອາດ ບ້ານຕຶງ ເມືອງເຊບັ້ງໄຟ ແຂວງຄຳມ່ວນລວມອາຍຸໄດ້ 90ປີ ເວລາ ວັນສຸກ ຂຶ້ນ 8 ຄ່ຳ ເດືອນ 10 ລາວ (ກັນຍາ) ພ.ສ 2559 ເວລາ 1:30 am


แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ