ບໍ່ເຊື່ອກໍຕ້ອງເຊື່ອ!! ເຮືອນແບບນີ້ຢູ່ແນວໄດ “ທຸກຈົນ” ເຖິງເວລາຕ້ອງປ່ຽນແລ້ວເພື່ອຊີວິດທີ່ດີຂຶ້ນກວ່າດກົ່າ ອ່ານດ່ວນ!! ຕາມຄວາມເຊື່ອເດີ








ບໍ່ເຊື່ອກໍຕ້ອງເຊື່ອ!! ເຮືອນແບບນີ້ຢູ່ແນວໄດ “ທຸກຈົນ” ເຖິງເວລາຕ້ອງປ່ຽນແລ້ວເພື່ອຊີວິດທີ່ດີຂຶ້ນກວ່າດກົ່າ ອ່ານດ່ວນ!! ຕາມຄວາມເຊື່ອເດີ


ຫລາຍ­ຄົນ­ອາດຈະ­ຖຽງ­ວ່າ­ບໍ່­ແມ່ນຈິງ ຈະ­ລວຍ­ຈະ­ຈົນ­ມັນ­ຂຶ້ນ­ຢູ່­ກັບ­ເຮົາ­ຕ່າງ­ຫາກ ແຕ່­ໃນ­ເລື່ອງ­ຂອງ­ຄວາມ­ເຊື່ອ­ເລື່ອງ­ຮວງ­ຈຸ້ຍ­ແລ້ວ ບົ່ງ­ບອກ­ເອົາ­ໄວ້­ຢ່າງ­ຊັດເຈນ­ວ່າ ລັກສະນະ­ເຮືອນ­ບາງ­ປະ­ເພດ­ອາດ­ສົ່ງ­ເສີມ­ໃຫ້ ‘ຄົນ­ໃນ­ເຮືອນ­ບໍ່­ລວຍ’ຫລື ‘ລວຍ­ຊ້າ’ ກວ່າ­ຄົນ­ປົກກະຕິ­ໄດ້ ເຮືອນ­ແບບໃດ­ທີ່­ຄວນ­ຫລີກ­ລ້ຽງ ຕາມ­ມາ­ເບິ່ງ­ກັນ


7 ລັກສະນະ­ເຮືອນ­ຢູ່­ແລ້ວ “ຈົນ”ຈະ­ທົນ­ເຮັດຫຍັງ
ບໍ່­ມີ­ໃຜ­ຢາກ “ຈົນ” ທຸກ­ຄົນ­ຢາກ­ລວຍ ເງີນ­ເຫລືອ­ໃຊ້ ແລະ­ມີ­ອິດສະຫລະ­ທາງ­ການ­ເງີນ­ກັນ­ທັງ­ນັ້ນ ແຕ່­ບາງ­ຄົນ­ອາດ­ສົງ­ໄສ­ວ່າ ”ຕັ້ງ­ໃຈ­ເຮັດວຽກ­ກໍ­ແລ້ວ ຂະຫຍັນ­ອົດ­ອອມ­ກໍ­ແລ້ວ ແຕ່­ເປັນຫຍັງ ­ຍັງ­ບໍ່­ເຄີຍ­ມີ­ເງີນ­ມີ­ທອງ ຫລື­ມີ­ເງີນ­ເກັບ­ເຫລືອ ໆ­ ແບບ­ຄົນ­ອື່ນ­ ເຂົາ­ແດ່” ລອງ­ຫັນ­ມາ­ເບິ່ງ­ລັກສະນະ­ເຮືອນ­ຂອງ­ເຈົ້າ­ເບິ່ງ­ກ່ອນອາດ­ມີ­ຄຳ­ຕອບ­ ຢູ່­ກໍ­ໄດ້ ຖ້າ­ຢາກ­ໃຫ້­ເຮືອນ­ຈະເລີນ­ຮຸ່ງເຮືອງ ລອງ­ສັງເກດ­ຫລື­ພິຈາລະນາ­ຮວງ­ຈຸ້ຍ ຫລື­ຕຳແໜ່ງ­ທີ່­ຕັ້ງ­ໃນ­ເຮືອນ­ຂອງ­ເຈົ້າ­ເບິ່ງ ຢ່າ­ໃຫ້­ເປັນ ­ແບບ­ນີ້­ເດັດ­ຂາດ




1. ສະພາບ­ແວດ­ລ້ອມ­ເປີ້ເປື້ອນ

ການ­ປ່ອຍ­ໃຫ້­ເຮືອນ­ສົກກະປົກ ຂີ້ເຫຍື້ອ ຂອງ­ໃຊ້ ລະລຸງ­ກຸງ­ລັງ ຈະ­ເຮັດໃຫ້­ເຮືອນ­ຂາດ­ພະລັງ­ຊີ່ ສັງເກດ­ໄດ້­ວ່າ ບໍ່­ວ່າ­ເຈົ້າ­ຈະ­ເຮັດວຽກ­ໜັກ­ຊຳໃດ ເຮັດ­ໄປ­ເທົ່າ­ໄດກໍ­ຄື­ເມື່ອຍລ້າ ບໍ່­ມີ­ຄ່າ­ຫລື­ປະໂຫຍດ­ໃດ ໆ­ເລີຍ


ການແກ້­ເຄັດ ຄວນ­ເບິ່ງແຍງ­ເຮັດ­ຄວາມ­ສະ­ອາດ­ເຮືອນ­ໃຫ້­ຮຽບຮ້ອຍ ເຮັດໃຫ້­ເຮືອນ­ໂປ່ງ ໂລ່ງ ສະ­ອາດ ບໍ່­ຈຳ­ເປັນ­ຕ້ອງ­ໃຊ້­ຂອງ­ແພງ ພຽງ­ຈັດ­ເຮືອນ­ໃຫ້ເປັນ­ລະບຽບ­ກໍ­ພໍ


2. ເຮືອນ­ຕ່ຳ­ກວ່າ­ຖະໜົນ ຫລື­ສູງ­ກວ່າ­ຖະໜົນ

ສຳລັບ­ເຮືອນ­ທີ່­ຕ່ຳ­ຫລື­ສູງ­ຫລາຍກວ່າ­ຖະໜົນ­ເກີນ­ໄປ ຮວງ­ຈຸ້ຍ­ເຊື່ອ­ວ່າ­ຈະ­ເຮັດໃຫ້­ໂຊ­ລາບ­ແລະ­ສິ່ງ­ດີ­ງາມ­ບໍ່­ໄຫລ­ເຂົ້າ­ເຮືອນ ຫລື­ອາດຈະ­ເຮັດໃຫ້­ໄຫລ­ເຂົ້າ­ເຮືອນ­ໄດ້­ບໍ່­ສະດວກ


ແກ້­ເຄັດ ສຳລັບ­ເຮືອນ­ທີ່­ຢູ່­ຕ່ຳ­ຫລື­ສູງ­ກວ່າ­ຖະໜົນ­ຫລາຍ­ ໆ ໃຫ້­ເຮັດ­ລານ­ໜ້າ­ເຮືອນ­ກວ້າງ ໆ ເພື່ອ­ເປີດ­ຮັບ­ພະລັງ­ເຫລົ່າ­ນັ້ນ­ໃຫ້­ໄຫລ­ເຂົ້າ­ມາ­ໃນ­ເຮືອນ


3. ເຮືອນ­ຖືກຂວາ­ສະພານ­ຕັດ­ຜ່ານ

ຕາມ­ຫລັກ­ຮວງ­ຈຸ້ຍ­ແລ້ວ ການ­ທີ່­ມີ­ສະພານ­ຕັດ­ໜ້າ­ເຮືອນ­ຈະ­ສົ່ງ­ຜົນ­ໃຫ້­ເບິ່ງບໍ່ເຫັນ­ບໍລິເວນ­ໜ້າ­ເຮືອນ ຊຶ່ງ­ຖື­ວ່າ­ບໍ່­ເໝາະ­ສົມ ເພາະ­ສະ­ນັ້ນ ກ່ອນ­ເລືອກ­ຊື້­ເຮືອນ­ຄວນ­ສຶກ­ສາ­ໂຄງ­ສ້າງ­ຫລື­ແຜນ­ຜັງ­ບໍລິເວນ­ໂດຍ­ຮອບ­ໃຫ້­ດີ


4. ປະ­ຕູ­ແລະ­ ປ່ອງຢ້ຽມ ມີ­ຈຳນວນ­ຫລາຍ­ຈົນ­ເກີນ­ໄປ
ຕາມ­ຫລັກ­ຮວງ­ຈຸ້ຍ­ແລ້ວ ຖື­ວ່າ­ການ­ທີ່­ເຮືອນ­ມີ­ປະ­ຕູ­ແລະ­ໜ້າ­ຕ່າງ­ຫລາຍ­ຈົນ­ເກີນ­ໄປ ຈະ­ຍິ່ງ­ເປັນ­ຊ່ອງ­ທາງ­ໃຫ້­ເງີນ­ໄຫລ­ອອກຈາກ­ເຮືອນ­ໄດ້­ໄວ­ກວ່າ­ເດີມ


ແກ້­ເຄັດ ອາດ­ບໍ່­ຈຳ­ເປັນ­ຕ້ອງ­ເປີດ­ໜ້າ­ຕ່າງ­ທຸກ­ບານ ເລືອກ­ເປີດ­ພຽງ­ບາງ­ບານ­ຫລື­ໃຊ້­ຜ້າ­ມ່ານ­ຊ່ວຍ­ກໍ­ພໍ


5. ຮົ້ວ­ເຮືອນ­ເຕ້ຍ
ເຮືອນ­ທີ່­ເນັ້ນ­ການ­ໂຊວ໌­ຄວາມ­ສວຍ-ງາມ­ຂອງ­ເຮືອນ ແລະ­ເລືອກ­ເຮັດ­ຮົ້ວ­ເຮືອນ­ເຕ້ຍ­ ໆ­ເປັນ­ໄມ້­ລະ­ແນງ ອາດ­ມີ­ຜົນ­ດ້ານ­ຮວງ­ຈຸ້ຍ­ເຮັດໃຫ້­ບໍ່­ສາມາດ­ເກັບ­ເງີນ­ທອງ­ໄວ້­ໄດ້


6. ເປີດ­ປະ­ຕູ­ແລ້ວ­ເຈີ­ຂັນ­ໄດ
ເຮືອນ­ໃຜ­ເປີດ­ປະຕູ-ເຮືອນ­ເຂົ້າ­ມາ­ແລ້ວ­ເຈີ­ບຂັນ­ໄດ­ກ່ອນ­ເລີຍ ອາດ­ສົ່ງ­ຜົນ­ໃຫ້­ເມື່ອຍ­ໄປ­ກໍ­ເສຍ­ເປົ່າ ຍິ່ງ­ເຮັດວຽກ­ໜັກ ເງີນ­ຍິ່ງຮົ່ວ­ໄຫລ ເງິນບໍ່­ເຂົ້າ­ກະ­ເປົ໋າ­


7. ປະ­ຕູ­ທາງ­ເຂົ້າ­ເຮືອນ­ແຄບ ແລະ­ ຮົກ

ປະ­ຕູ ຖື­ເປັນ­ທາງ­ເຂົ້າ­ຂອງ­ໂຊກ­ລາບ ແຕ່­ຖ້າ­ເຈົ້າ­ວາງ­ເຄື່ອງຂອງ­ເກະ­ກະ­ ຕັ້ງ­ແຕ່­ທາງ­ເຂົ້າ­ເຮືອນ ບໍ່­ຈັດພື້ນ­ທີ່­ບໍລິເວນ­ປະ­ຕູ­ໃຫ້­ສະ­ດວກ ສິ່ງ­ດີ ໆ ກໍ­ຈະເຂົ້າ­ມາ­ໃນ­ເຮືອນ­ໄດ້­ຍາກ­ລຳ­ບາກ­ເຊັ່ນ­ກັນ











แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ