ທ່ານ ນາຍົກ ສັ່ງການຮື້ຖອນສະຖານທີ່ບັນເທີງ-ຮ້ານກິນດື່ມຕ່າງໆ ທີ່ຢູ່ໃກ້ສະຖານສຶກສາດ່ວນ!

ທ່ານ ນາຍົກ ສັ່ງການຮື້ຖອນສະຖານທີ່ບັນເທີງ-ຮ້ານກິນດື່ມຕ່າງໆ ທີ່ຢູ່ໃກ້ສະຖານສຶກສາດ່ວນ!

 

ນາຍົກສັ່ງໃຫ້ຮື້ຖອນ ແລະ ຍົກຍ້າຍຮ້ານກິນດື່ມ-ສິ່ງມຶຶຶນເມົາ-ສະຖານບັນເທີງ ແລະ ບ່ອນຫລິ້ນການພະນັນທີ່ຕັ້ງຢູ່ໃກ້ສະຖານສຶກສາໃຫ້ໜີອອກຈາກເຂດກໍານົດ ຖ້າລະເມີດຈະຖືກອົບຮົມ ຫລື ໃສ່ວິໄນ

ຜ່ານມາສະຖານທີ່ດັ່ງກ່າວນັ້ນກໍໄພອັນຕະລາຍຮ້າຍແຮງອັນໜຶ່ງທີ່ກັດກິນ ແລະ ເບື່ອເມົານັກຮຽນນັກສຶກສາ, ໄວໜຸ່ມ-ເດັກນ້ອຍໃຫ້ກາຍເປັນບັນຫາຫຍໍ້ທໍ້ເປັນວົງກວ້າງ

ຂໍໃຫ້ພໍ່ແມ່ປະມາຊາຊົນຮ່ວມແຮງຮ່ວມໃຈຕ້ານ ແລະ ສະກັດກັ້ນສິ່ງບໍ່ດີໃຫ້ຫລຸດໜ້ອຍຖອຍລົງເທື່ອລະກ້າວ

ໃນໂອກາດສະເຫລີມສະຫລອງວັນຄູແຫ່ງຊາດ (7ຕຸລາ) ຄົບຮອບ 22 ປີ ໃນວັນທີ 7 ຕຸລາ 2016 ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວໂອ້ລົມພະນັກງານຫລັກແຫລ່ງຂອງກະຊວງສຶກສາທິການ ແລະ ກິລາໂດຍທ່ານໄດ້ເນັ້ນໜັກວ່າຈະບໍ່ອະນຸຍາດໃຫ້ຕັ້ງຮ້ານກິນດື່ມປະເພດສິ່ງມຶນເມົາ, ສະຖານບັນເທີງ ແລະ ສະຖານທີ່ຫລິ້ນການພະນັນ (ຕີສະໜຸກເກີ, ຮ້ານເກມ) ໃກ້ກັບສະຖານການສຶກສາທຸກແຫ່ງໆເດັດຂາດ ຖ້າມະເມີດຈະຖືກຕັກເຕືອນຮົບຮົມ ແລະ ໃສ່ວິໄນ.

ເພາະສິ່ງມຶນເມົາ ແລະ ການພະນັນຕ່າງໆແມ່ນໜໍ່ແໜງກໍ່ໃຫ້ເກີດຄວາມເສຍຫາຍຕໍ່ນັກຮຽນນັກສຶກສາ ແລະ ໄວໜຸ່ມ-ເດັກນ້ອຍ.

ພາບແລະຂ່າວ: ຂປລ ແລະ http://www.tholakhong.com/2016/10/blog-post_7.html

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ