ສູດ­ຊາ­ລາ­ເປົາ ຊາ­ເປົາ­ໝູ­ສັບ ຊາ­ລາ­ເປົາ­ໝູ­ແດງ ໄສ້­ຄີມ

ສູດ­ຊາ­ລາ­ເປົາ ຊາ­ເປົາ­ໝູ­ສັບ ຊາ­ລາ­ເປົາ­ໝູ­ແດງ ໄສ້­ຄີມ
 ສ່ວນ­ປະສົມ­ແປ້ງ­ຊາ­ລາ­ເປົາ
1.
ແປ້ງ­ເຄັກ 300 ກຣາມ
2.
ຜົງ­ຟູ 2+1/2 ບ່ວງແກງ
3.
ຍີດຕ໌­ຫວານ 2+1/2 ບ່ວງແກງ
4.
ນ້ຳ­ລ້າ 170 ກຣາມ
5.
ນ້ຳ­ຕານ­ຮູ້ 75 ກຣາມ
6.
ເນີຍ­ຂາວ 2 ຊ້ອນ­ໂຕະ
7.
ເກືອ ນ້ອຍໜຶ່ງ (ຫຍິບ­ມື)

ວິທີ­ເຮັດ
1.
ລ່ອນ­ແປ້ງ­ແລະ­ຜົງ­ຟູ ແລ້ວ­ໃສ່­ຍີດ­ຕີ­ປະສົມ­ຈົນເຂົ້າ­ກັນ
2. ນຳ­ນ້ຳ­ຕານ­ແລະ­ເກືອ ລະ­ລາຍ­ໃນ­ນ້ຳ­ລ້າ ຄ່ອຍໆ ­ເຕີມ­ລົງ­ໃນ­ສ່ວນ­ປະສົມ­ແປ້ງ ນວດ­ພໍ­ຈັບຕົວ­ກັນ­ເປັນ­ກ້ອນ
3.
ເຕີມ­ເນີຍ­ຂາວ ແລ້ວ­ນວດ­ຈົນ­ນຽນ ແປ້ງ­ບໍ່­ຕິດ­ມື­ແລະ­ບໍ່­ຕິດ­ອ່າງ­ປະສົມ ເອົາ­ຜ້າ­ຄຸມ ພັກ­ໄວ້ 15 ນາ­ທີ
4.
ນວດ­ໄລ່­ອາ­ກາດ­ປະ­ມານ 1 ນາ­ທີ ແລ້ວ­ຄຶງແປ້ງ­ເປັນ­ເສັ້ນ ຕັດ­ແບ່ງ­ກ້ອນ­ລະ 25-30 ກຣາມ
5.
ຄຶງ­ເປັນ­ກ້ອນ­ກົມ­ເທິງ­ໂຕະ­ທາ­ເນີຍ­ຂາວ­ໄວ້ບາງ ໆ ໃຊ້­ສັນ­ມື­ຕິດ­ກັບ­ພື້ນ ລຽງ­ລຳ­ດັບ­ກ້ອນແປ້ງ­ກ່ອນ­ຫລັງ ແລ້ວ­ເອົາ­ຜ້າ­ຄຸມ­ເອົາ­ໄວ້
6.
ໃຊ້­ໄມ້­ຄຶງ­ແປ້ງ­ກ້ອນ­ທຳອິດ ໃຫ້ເປັນ­ແຜ່ນ­ວົງກົມ ໃສ່­ໄສ້­ປະ­ມານ 1 ກ້ອນ ເສັ້ນ­ຜົ່ນ­ສູນກາງ­ປະມານ 4 ຊ. ມ. ຈັບ­ກີບ­ຈົນ­ຮອບ­ວາງ­ເທິງ­ເຈ້ຍ­ຊາ­ລາ­ເປົາ
7.
ລຽງ­ເອົາ­ໄວ້­ເທິງ­ລັງ­ ເອົາ­ຜ້າ­ຫລື­ແຜ່ນ­ພາດຕິກ­ຄຸມ­ໄວ້ ພັກ­ແປ້ງ­ໃຫ້­ແປ້ງ­ຂຶ້ນ­ເທົ່າ­ຕົວ ສັງເກດ­ຜຶ່ງ­ແປ້ງ­ຈະ­ຕຶງ­ຕົວ ໃຫ້­ນຳ­ໄປ­ໜຶ້ງ
8.
ຕົ້ມ­ນ້ຳ­ໃຫ້­ຮ້ອນໆ ແລ້ວ­ລຸດ­ໄຟ ນຳ­ລັງ­ເຄິງ­ຊາລາ­ເປົາ­ທີ່­ຂຶ້ນ­ໄດ້­ທີ່ ໄປ­ໜຶ້ງ­ດົນ­ປະ­ມານ 10 ນາ­ທີ ຫລື­ຈົນ­ສຸກ

ໄສ້­ໝູ­ສັບ
1.
ເນື້ອ­ໝູບົດ 125 ກຣາມ (ແຊ່­ເຢັນ)
2.
ມັນ­ໝູ­ແຂງ­ສັບ­ລະອຽດ 25 ກຣາມ
3.
ແປ້ງ­ມັນ 1 ບ່ວງແກງນ້ອຍ
4.
ຊີ­ອິ້ວ­ຂາວ 1 ບ່ວງແກງນ້ອຍ
5.
ນ້ຳ­ມັນ­ງາ 1/2 ບ່ວງແກງນ້ອຍ
6.
ເຫລົ້າ­ຈີນ 1 ບ່ວງແກງນ້ອຍ
7.
ຕົ້ນ­ຜັກຫອມ­ຊອຍ 2 ບ່ວງແກງໃຫຍ່
8.
ເຫັດ­ຫອມ 4 ດອກ ແຊ່­ນ້ຳ­ແລ້ວ­ຊອຍ
9.
ຮາກ­ຜັກ­ຊີ 1 ຫົວ­ໃຫຍ່+ ກະ­ທຽມ 4 ກີບ + ພິກ­ໄທ 1/4 ບ່ວງແກງ ຟັກ­ລວມ­ກັນ
10
. ນ້ຳ­ຕານ­ຊາຍ 1 ຊ້ອນ­ຊາ
11.
ມັນ­ແກວ 1/4 ຖ້ວຍ­ຕວງ (ປອກ­ເປືອກ ຊອຍ­ເປັນ­ແວ່ນ ຕົ້ມ­ໃນ­ນ້ຳ­ເດືອດ 5 ນາ­ທີ ລ້າງ­ດ້ວຍ­ນ້ຳ­ເຢັນ ສັບ­ລະອຽດ ແລ້ວ­ໃຫ້­ຜ້າ­ຊັບ­ນ້ຳ­ໃຫ້­ແຫ້ງ)

ວິທີ­ເຮັດ
1.
ນຳ­ສ່ວນ­ສ່ວນ­ປະສົມ­ທັງ­ໝົດ ເທ­ລົງ­ອ່າງ­ປະສົມ ນວດ­ເນື້ອ­ໝູ­ໂດຍ­ໃຊ້­ວິທີ­ຟາດ­ກັບ­ອ່າງ­ປະສົມ ສຳເລັດ­ແລ້ວ­ນຳ­ໄປ­ແຊ່­ຕູ້­ເຢັນ­ຊ່ອງ­ແຊ່­ເນື້ອ (ໃຕ້­ຊ່ອງ­ແຊ່­ແຂງ) ແລ້ວ­ນຳ­ມາ­ເຮັດ­ເປັນ­ໄສ້­ຊາ­ລາ­ເປົາ

ໄສ້­ໝູ­ແດງ
1.
ເນື້ອ­ໝູ­ຊອຍ 125 ກຣາມ
2. ແປ້ງ­ເຂົ້າ­ສາລີ 2 ບ່ວງແກງໃຫຍ່ (ປະສົມ­ນ້ຳ­ເລັກນ້ອຍ ໃສ່­ຕອນ­ຜັດ)
3. ພິກ­ໄທ­ປົ່ນ 1/4 ບ່ວງແກງນ້ອຍ
4. ຊີ­ອິ້ວ­ດຳ 1 ບ່ວງແກງນ້ອຍ
5. ນ້ຳ­ມັນ­ຫອຍ 1 ບ່ວງແກງໃຫຍ່
6. ນ້ຳ­ມັນ­ງາ 2 ບ່ວງແກງໃຫຍ່
7. ຊີ­ອິ້ວ­ຂາວ 1 ບ່ວງແກງໃຫຍ່
8. ນ້ຳ­ຕານ­ຊາຍ 2 ບ່ວງແກງໃຫຍ່
9.
ຜົງ­ພະ­ໂລ້ (Lobo) 1 ບ່ວງແກງນ້ອຍ
10
. ຮາກ­ຜັກ­ຊີ 1 ຫົວ­ໃຫຍ່ + ກະ­ທຽມ 4 ກີບ + ຫອມ­ແດງ 2 ຫົວ ໂຂກ­ລວມ­ກັນ
11.
ສີ­ປະສົມ­ອາຫານ­ສີ­ສົ້ມ (ແລ້ວ­ແຕ່­ມັກ)

ວິທີ­ເຮັດ
1
. ຕັ້ງ­ກະ­ທະ­ໃສ່­ນ້ຳ­ມັນ­ງາ ຈົນ­ກະ­ທະ­ຮ້ອນ ໃສ່­ຮາກ­ຜັກ­ຊີ ກະ­ທຽມ ຫອມ­ແດງ ຜັດ­ໃຫ້­ຫອມ
2
. ໃສ່­ຜົງ­ພະ­ໂລ້ ພິກ­ໄທ ຊີ­ອິ້ວ­ດຳ ນ້ຳ­ມັນ­ຫອຍ ຊີ­ອິ້ວ­ຂາວ ນ້ຳ­ຕານ­ຊາຍ ຜັດ­ຈົນ­ເຂົ້າ­ກັນ
3
. ຫລຸດ­ໄຟ­ລົງ ຜັດ­ຕໍ່­ອີກ­ສັກ 2-3 ນາ­ທີ ເຕີມ­ນ້ຳ­ແປ້ງ­ເຂົ້າ­ສາລີ ຜັດ­ຈົນ­ແປ້ງ­ສຸກ
4.
ໃສ່­ໝູ­ຜັດ­ຈົນ­ເຂົ້າ­ກັນ ພັກ­ໄວ້­ຈົນ­ເຢັນ (ຖ້າ­ເກັບ­ຂ້າມ­ຄືນ­ໃນ­ຕູ້­ເຢັນ­ຊ່ອງ­ແຊ່­ເນື້ອ ໝູ­ແດງ­ຈະ­ມີ­ລົດ­ເຂັ້ມ­ຂົ້ນ­ຫລາຍ­ຂຶ້ນ)

ໄສ້­ຄີມ

1.
ນ້ຳ­ຕານ­ຊາຍ 45 ກຣາມ
2. ແປ້­ງໍ­ເນກ­ປະສົງ­ຕາ­ວ່າ­ວ 1+1/2 ບ່ວງແກງນ້ອຍ
3.
ແປ້ງ­ເຂົ້າ­ໂພດ 1+1/2 ບ່ວງແກງນ້ອຍ
4
. ຜົງ­ຄັດ­ຕາລ໌­ດ 1+1/2 ບ່ວງແກງນ້ອຍ
5
. ນົມ­ຜົງ 1+1/2 ບ່ວງແກງນ້ອຍ
6.
ວະ­ນິ­ລາ­ຜົງ 1 ບ່ວງແກງນ້ອຍ
7.
ນົມ­ຂົ້ນ­ຫວານ 1 ບ່ວງແກງໃຫຍ່
8.
ເນີຍ­ຈືດ­ລະ­ລາຍ 50 ກຣາມ
9.
ໄຂ່­ໄກ່­ 1 ໜ່ວຍ
10.
ສີ­ເຫລືອງ­ໄຂ່ (ເລັກນ້ອຍ 1-2 ຫຍົດ)

ວິທີ­ເຮັດ
1.
ລະ­ລາຍ­ເນີຍ­ຈືດ ປະ­ໄວ້

2.
ນຳ­ຂອງ­ແຫ້ງ­ຂໍ້ 1-6 ໃສ່­ລົງ­ອ່າງ­ປະສົມ ຄົນ­ໃຫ້­ເຂົ້າ­ກັນ ເຮັດ­ໃຫ້­ ເປັນຮູ ທາງກາງ

3.
ຕື່ມ­ເນີຍ­ລະ­ລາຍ (ເຢັນ­ແລ້ວ) ໄຂ່­ໄກ່ ແລ້ວ­ຄົນ­ໃຫ້­ເຂົ້າ­ກັນ ໃສ່­ສີ­ເຫລືອງ­ໄຂ່­ເລັກນ້ອຍ

4.
ນຳ­ສ່ວນ­ປະສົມ­ໄປ­ຕອງ­ຜ່ານ­ຕະ­ແກງ ແລ້ວ­ນຳໄປ­ໜຶ້ງ ດ້ວຍ­ໄຟ­ແຮງ ນ້ຳຮ້ອນ ປະ­ມານ 15 ນາ­ທີ

5.
ນຳ­ມາ­ຄົນ­ໃຫ້­ສ່ວນ­ປະ­ມານ 10 ນາ­ທີ ແລ້ວ­ນຳ­ໄປ­ໜຶ້ງ­ຕໍ່­ອີກ 15 ນາ­ທີ­ຈົນ­ສຸກ ແລ້ວ­ປ່ອຍ­ໃຫ້­ເຢັນ

(ວິທີ­ເຮັດ­ຄີມ­ ­­ເຮັດ­ໄດ້­ຫລາຍ­ວິທີ ອາດຈະ­ກວັນ­ເທິງ­ໝໍ້ກະ­ທະ­ໄຟ­ອ່ອນ ແຕ່­ຖ້າ­ຢາກ­ໄດ້­ເນື້ອ­ນຽນ ໃຫ້­ກວັນ­ເທິງ­ນ້ຳ­ຮ້ອນ­ແບບ­ກວັນ ເຂົ້າ­ສັງ­ຂະ­ຫຍາ)

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ