ແຈກຟຣີ !!! ແຈກແທ້ແຈກຈິງ ແຈກໄອໂຟນ 7 ແຈກເງິນ ແຈກລົດ ? ລະແຈກໄດ້ຈິງບໍ່ ມາຟັງແບ່ງປັນຂໍ້ສົງໃສນຳກັນເລີຍ

ສະບາຍດີແຟນເພສທຸກໆທ່ານ ມື້ນີ້ ແອັດລົດ! ຊິມາເມົ້າຊູ່ຟັງ ເຫັນຫຼາຍໆທ່ານຈົ່ມແທ້ຈົ່ມວ່າປັນຫາການ like share ທີ່ເຄີຍເຫັນກັນປະຈຳຊ່ວງນີ້ ໂດຍສະເພາະ ເພສນ້ອງໃຫມ່ ຫຼື ອື່ນ  ບະ !! ອັ່ນຂ້ອຍກົດ like ກົດ share  ກະໄດ້ຢູ່ຫວາ ບໍ່ແມ່ນມັນຕັວະ ເຮົາບໍ່  ມາແບ່ງປັນຄວາມຄິດນຳກັນເລີຍວ່າຄິດຄືກັບ ແອັດມິນບໍ່




ເຫດຜົນການແຈກ
1, ອາດຈະເປັນກິດຈະກຳຮ້ານ ແຟນເພສ ທີ່ຄືນກຳໄລໃຫ້ລູກຄ້າ ເຊັ່ນ: ແຈກລົດ, ແຈກເງິນ, ແຈກຄຳ...
2,ປັ່ນຍອດໄລ້ :::::::  ປັນຫານີ້ຄິດວ່າຈະມີຫຼາຍ  ທ່ານຜູ້ໜຶ່ງເຄີຍຕົກເປັນເຫຍື່ອແມ່ນບໍ່ 555 ບໍ່ເປັນຫຍັງ ແອັດລົດ ( ແອັດມິນ) ກະເຄີຍ ໄລ້ ເຄີຍ ແຊຣ໌  ມາແລ້ວ ບາງເພສກະໄດ້ຈິງ ແຈກຈິງ (ແຕ່ກະບໍ່ຮູ້ນຳເຂົາວ່າ ຄົນເຂົາເອງບໍ່) ເອົາໄປເອົາມາ ມັນຄືການຕະຫຼາດຢ່າງໜຶ່ງ ເພື່ອເພີ້ມຍອດໄລ້ ຍອດຕິດຕາມ ((((((( ສຸດທ້າຍເຫດຜົນດຽວກະຄືດັງ ແລະ ສາມາດຂາຍໂຄສະນາໄດ້ນັ້ນເອງ ))))))
3, ເພື່ອການຕະຫຼາດ
ຮ້ານ ຫຼື ສະຖານທີ່ຕ່າງໆ ຕ້ອງການທີ່ຈະນຳສະເໜີໃຫ້ຄົນຮູ້ຈັກ ແລະ ຮູ້ເຖິງໂປຣໂມຊັ່ນຕ່າງ ກໍ່ຈັດກິດຈະກຳຂື້ນເພື່ອໃຫ້ທຸກຄົນ ສາມາດຮ່ວມກິດຈະກຳໄດ້ ໂດຍມີການແຈກໂຊກ ຫຼື ຮັບສິດທິສ່ວນຫຼຸດ ((ເປີເຊັນໄດ້ແທ້ ແມ່ນຄືສ່ວນຫຼຸດ )) ສ່ວນເຄື່ອງແຈກແຖມກະຄືວ່າລະ ຊື້ເລກເຂົາວ່າ 1 ໃນ 100 ແຕ່ໄລ້ກັບແຊຣ໌ 1 ໃນ 1 000 000 ພຸ້ນຕີ
ແຕ່ກະມີຜູ້ໂຊກດີແທ້ ບໍ່ວ່າກັນ ສະແດງຄວາມຍິນດີນຳ ເຊັ່ນ: ເພສ ໂອອິຊິ ເພສຮ້ານທ້າວໂບ້ ... ທີ່ເຄີຍຈັດກິດຈະກຳມາແລ້ວ

ນັ້ນເປັນພຽງບາງເຫດຜົນທີ່ ຂ້າພະເຈົ້າຄິດສ່ວນໃຜຈະ ໄລ້ ຈະ ແຊສ໌ ກະຄວນພິຈາລະນາກ່ອນ ເບີ່ງຄອມເມັ້ນຕ່າງ ແລ້ວ ກະຖືວ่า ຮາໄປຕາມ ຈັກຄົນຍ້ອງ ຈັກຄົນດ່າ ຈັກ ຄົນຢາກໄດ້ 5555


 ສຳລັບເພສ Laos Style ຖືເປັນເພສນ້ອງໃຫມ່ຄືກັນ ເຊິ່ງແອັດໃຊ້ເວລາວ່າງ ຂຽນຂ່າວ ແລະ ສາລະໜ້າຮູ້ໄວ້ຈາກ ບອກເກີ້ ແລ້ວແບ່ງປັນຜ່ານ ເຟສບຸກ (ກ້າບອກເລີຍ ບາງເທື່ອກະ Coppy ເພີ່ນມາ ເພື່ອໃຫ້ເວັບມີສີສັນ ແລະ ມີສາລະນຳເຂົາ ສ່ວນລະເມີດສິດທິໃຜນັ້ນ ກະຕ້ອງຂໍອະໄພ ໃຫ້ແຈ້ງມາເມວເລີຍຈະລົບອອກທັນທີ)
ແອັດມິນເອງ ບໍ່ມີເງິນຊິຊື້ ໄອໂຟນແຈກ ນຳກະເຈົ້າເດີ  ມີແຕ່ຂ່າວ ແຕ່ເລື່ອງລາວຕ່າງໆ ຈະມາອັບເດດ ປັນກັນຟັງຫັ້ນລະ ຫວັງວ່າແຟນເພສ ຊິບໍ່ວ່າຫຍັງຕີ

ແລະ ຜູ້ທີ່ຮັກ ແລະ ມັກຂຽນ ຢາກຈະສ້າງ  Blogger ເປັນຂອງຕົວເອງກະຖາມມາໄດ້ເດີ ເພື່ອຄວາມຮູ້ ຄວາມຊຳນານທີ່ເກີດຈາກການ ສ້າງເພສ ສ້າງເວັບບ໊ອດ ຖືເປັນປະສົບການ ນຳພວກເຮົາກ້າວຊູ່ໂລກທີ່ທັນສະໃຫມ
ຂ້າພະເຈົ້າເຊື່ອວ່າ ອີກຈັກ 20 -30 ປີ ຂ້າງຫນ້າ ຜູ້ຄົນຈະມີ ບອກເກີ້ ຫຼື ເວັບໄຊສ໌ ຂອງຕົນເອງຢ່າງໜ້ອຍກະ 1 ເວັບລະ

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ