ລະເບີດຕົກຄ້າງແຕ່ປາງສົງຄາມແຕກໃສ່ເດັກນ້ອຍເສຍຊີວິດ 2 ຄົນ

ແຫລ່ງຂ່າວທ້ອງຖິ່ນໃນເມືອງບົວລະພາ ແຂວງຄໍາມ່ວນໄດ້ລາຍງານວ່າໃນວັນທີ 19 ກັນຍາ 2016 ວ່າ: ຕອນເຊົ້າ ເວລາ 10 ໂມງ 30 ນາທີຂອງວັນທີ 18 ກັນຍາ 2016 ໄດ້ເກີດເຫດອຸບັດຕິເຫດບໍ່ຄາດຝັນລະເບີດຕົກຄ້າງແຕ່ປາງສົງຄາມແຕກໃສ່ເດັກນ້ອຍເສຍຊີວິດ 2 ຄົນ ຂະນະທີ່ເດັກນ້ອຍດັ່ງກ່າວພວມຂຸດຈິຫລໍ່.

ທ່ານ ເຄັງ ພະກຸມພົນ ຫົວໜ້າຫ້ອງ ການຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ປະຈຳເມືອງບົວລະພາ ແຂວງຄຳມ່ວນໃຫ້ຮູ້ວ່າ: ເຫດລະເບີດແຕກແມ່ນໃນບ້ານໜອງບົວ, ເມືອງບົວລະພາ ແຂວງຄຳມ່ວນ ແລະ ນອນຢູ່ໃນເຂດທີ່ຕັ້ງໜ່ວຍງານເກັບກູ້ລະເບີດ (ອົງການແມັກ) ທີ່ໄດ້ຈັດຕັ້ງປະຕິບັດມາໄດ້ 5-6 ປີ ແລ້ວ ແຕ່ເຫດບັງເອີນໄດ້ມີເດັກນ້ອຍຊາຍ 2 ຄົນຄື: ຜູ້ທີ1 ອາຍຸ 11 ປີ ແລະ ຜູ້ທີ 2 ອາຍຸ 12 ປີ ໄປຂຸດຈິຫລໍ່ໃນຂອບເຂດດັ່ງກ່າວ ເຊິ່ງໄດ້ເກີດອຸບັດຕິເຫດແຕກໃສ່ ເດັກນ້ອຍເສຍຄາທີ 1 ຄົນ ແລະ ອີກໜຶ່ງຄົນໄປເສຍຊີວິດຢູ່ໂຮງໝໍ.
ແຂວງຄໍາມ່ວນແມ່ນແຂວງໜຶ່ງທີ່ມີລະເບີດຕົກຄ້າງແຕ່ປາງສົງຄາມຢັງຢາຍຊະຊາຍຢູ່ພື້ນດິນຢ່າງຫລວງຫລາຍ ເຖິງແມ່ນວ່າລັດຖະບານ ແລະ ອົງການຈັດຕັ້ງສາກົນຈະໃຊ້ງົບປະມານບໍ່ໜ້ອຍເຂົ້າໃນຈັດຕັ້ງປະຕິບັດເກັບກູ້ ແລະ ທໍາລາຍຢ່າງຕໍ່ເນື່ອງ ແຕ່ກໍບໍ່ສາມາດເກັບ ແລະ ທໍາລາຍໄດ້ໝົດ ຂະນະທີ່ ປະຊາຊົນຈໍານວນບໍ່ໜ້ອຍໃນເຂດດັ່ງກ່າວຍັງຜະເຊີນໜ້າກັບຄວາມທຸກຍາກລໍາບາກ ແລະ ອັນຕະລາຍຢ່າງໜັກໜ່ວງເນື່ອງຈາກວ່າເຂົາເຈົ້າບໍ່ສາມາດເຂົ້າເຖິງພື້ນທີ່ການຜະລິດ ແລະ ທໍາມາຫາກິນໄດ້ຢ່າງສະດວກສະບາຍ. ລະຫວ່າງກອງປະຊຸມສຸດຍອດອາຊຽນຄັ້ງທີ 28-29 (ວັນທີ 6-8 ກັນຍາ 2016), ທ່ານ ບາຣັກ ໂອບາມາ ປະທານາທິບໍດີຂອງ ສະຫະລັດອາເມລິກາໄດ້ຢ້ຽມຢາມ ແລະ ກໍປະກາດວ່າຈະສະໜັບສະໜູນ ສປປ ລາວ 90 ລ້ານໂດລາສະຫະລັດເຂົ້າໃນວຽກງານເກັບກູ້ລະເບີດ ລວມທັງບັນດາປະເທດຄູ່ຮ່ວມຈໍານວນໜຶ່ງ ເຊິ່ງການປະກາດທຶນຊ່ວຍເຫລືອດັ່ງກ່າວນີ້ຈະເປັນບາດກ້າວສໍາຄັນຊ່ວຍຫລຸດຜ່ອນບັນຫາລະເບີດບໍ່ທັນແຕ່ໃນ ສປປ ລາວ ແລະ ຍັງເປັນຕອບເຈດຕະນາລົມຂອງລັດຖະບານເພື່ອບັນລຸເປົ້າໝາຍສະຫັດສະວັດແຫ່ງການພັດທະນາໃນຕໍ່ໜ້າ.

แสดงความคิดเห็น

0 ความคิดเห็น

free fonts lao Bh by song mee ຟອນທ໌ບຸນໂຮມ